ພິທີດັ່ງກ່າວໄດ້ຈັດຂື້ນ ໃນຕອນແລງຂອງວັນທີ 18 ກໍລະກົດ 2024 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ວົງສໍາພັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ການເມືອງແນວຄິດ, ມີ ທ່ານ ອ໊ອດ ແສງພິມ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ມີຄະນະພະແນກ, ບັນດາທ່ານຫົວໜ້າ/ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງທົ່ວແຂວງ, ຜູ້ອໍານວຍການໂຮງຮຽນອ້ອມຂ້າງແຂວງ, ຫົວໜ້າຂະແໜງ/ຮອງຂະແໜງ, ສູນ, ຫໍສະໝຸດ ພ້ອມດ້ວຍພະນັກງານທັງໝົດພາຍໃນພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ເຂົ້າຮ່ວມ.
ໃນພິທີ ທ່ານ ເພັດສະໝອນ ກໍ່າບຸນລ້ຽງ ຮອງຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວຽງຈັນ ສະບັບເລກທີ158/ຄປພ ວຈ,ລົງວັນທີ 12 ກໍລະກົດ 2024 ວ່າດ້ວຍ: ການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ແລະ ຂໍ້ຕົກລົງ ສະບັບເລກທີ1147/ຈຂ.ວຈ, ລົງວັນທີ 12 ກໍລະກົດ 2024 ວ່າດ້ວຍ: ການແຕ່ງຕັ້ງວ່າການແທນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ.
ຫຼັງຈາກນັ້ນ, ທ່ານ ອ໊ອດ ແສງພິມ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ (ຜູ້ເກົ່າ) ກໍ່ໄດ້ລາຍງານການຊີ້ນໍາ ນໍາພາວຽກງານຮອບດ້ານໃນໄລຍະຜ່ານມາ.
ຈາກນັ້ນ ທ່ານ ອ໊ອດ ແສງພິມ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ (ຜູ້ເກົ່າ) ແລະ ທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ (ຜູ້ໃໝ່) ກໍ່ໄດ້ລົງນາມລາຍເຊັນບົດບັນທຶກ ພ້ອມທັງມອບ-ຮັບໜ້າທີ່ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່່ ໂດຍມີ ທ່ານທອງສະຫວັນ ວົງສໍາພັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ການເມືອງແນວຄິດ, ບັນດາພະແນກການອ້ອມຂ້າງແຂວງທີ່ກ່ຽວຂ້ອງ, ບັນດາຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງທົ່ວແຂວງ, ຜູ້ອໍານວຍການໂຮງຮຽນ, ຫົວໜ້າຂະແໜງ/ຮອງຂະແໜງ, ສູນ, ຫໍສະໝຸດ ພ້ອມດ້ວຍພະນັກງານທັງໝົດພາຍໃນພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ຮ່ວມເປັນສັກຂີພະຍານ.