vtp banner

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2023-2024

        ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນວັນທີ 30 ສິງຫາ 2024 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ມີ ຄະນະພະແນກ, ບັນດາທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງ, ຜູ້ອໍານວຍການໂຮງຮຽນ ມ/ສ-ມ/ປ 50 ແຫ່ງ ທົ່ວແຂວງວຽງຈັນ, ຫົວໜ້າຂະແໜງ, ຫົວໜ້າສູນ ພາຍໃນພະແນກສຶກສາ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ 80 ກວ່າທ່ານ.
        ໃນກອງປະຊຸມທີ່ມີຄວາມໝາຍສໍາຄັນ ທ່ານ ທອງຄ່ຽນ ລັດຖະຫວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ກໍ່ໄດ້ຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ 2023-2024 ແລະ ທິດທາງແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ 2024-2025 ຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2023-2024
        • ໃນສົກຮຽນ 2023-2024 ຂະແໜງການສຶກສາ ແລະ ກິລາ ມີຜູ້ບໍລິຫານ ແລະ ຄູສອນທັງພາກລັດ-ເອກະຊົນທັງໝົດ 5,884 ຄົນ; ຍິງ 3,313 ຄົນ ( ມີພະນັກງານ, ຄູສອນ ແລະ ຜູ້ອຳນວຍການໂຮງຮຽນພາກລັດຈຳນວນ 5.153 ຄົນ, ຍິງ 2.716 ຄົນ; ໃນນັ້ນມີພະນັກງານພະແນກສຶກສາ ແລະ ກີລາແຂວງ, ຫ້ອງການສຶກສາ ແລະ ກີລາເມືອງ ຈໍານວນ 473 ຄົນ, ຍິງ 218 ຄົນ, ຄູສອນ 4.661 ຄົນ, ຍິງ 2.498 ຄົນ ແລະ ຄູບັນພະຊິດ 19 ຄົນ ຍິງ 0 ຄົນ); ມີໂຮງຮຽນທັງໝົດ 718 ແຫ່ງ. ໂຮງຮຽນລ້ຽງເດັກ - ອະນຸບານ 213 ແຫ່ງ, ປະຖົມສຶກສາ 403 ແຫ່ງ, ມັດທະຍົມ 102 ແຫ່ງ ໃນນີ້ມີ (ມ.ສ 46 ແຫ່ງ, ມ. ປາຍ 03 ແຫ່ງ , ມ. ຕົ້ນ 53 ແຫ່ງ) ມີນັກຮຽນ ທັງໝົດ 104.808 ຄົນ, ຍິງ 51.611 ຄົນ ( ມີນັກຮຽນສົງ 268 ອົງ, ມີ 11 ຫ້ອງຮຽນ ).
ຜົນການຈັດຕັ້ງປະຕິບັດ 15 ຄາດໝາຍຫຼັກ:
 ຄາດໝາຍທີ່ບັນລຸ: (7 ຄາດໝາຍ).
   1. ອັດຕາເຂົ້າຮຽນຂອງເດັກ 5 ປີ (ແຜນການ 82%) ປະຕິບັດ 82,7% ບັນລຸ.
   2. ອັດຕາເຂົ້າຮຽນໃໝ່ລວມ ປ.5 (ແຜນການ 99%) ປະຕິບັດ 99%.
   3. ອັດຕາເລື່ອນຊັ້ນປ.5 ຂຶຶ້ນ ມ.1 ທຽບໃສ່ນັກຮຽນຕົ້ນປີ ປ.5 (ແຜນການ 93%) ປະຕິບັດ 95,7% ບັນລຸ.
   4. ດັດຊະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 (ລະຫວ່າງ 0,97 ຫາ 1,03) ປະຕິບັດໄດ້ 1 ບັນລຸ.
   5. ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບຳລຸງ ຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ (ແຜນການ 832 ຄົນ) ປະຕິບັດ 915 ຄົນ ບັນລຸ.
   6. ສົ່ງເສີມມວນຊົນທຸກເພດ, ທຸກໄວ ເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາເພື່ອສຸຂະພາບ, ເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວ ຈັດກິດຈະກໍາການແຂ່ງຂັນກິລາປະຈໍາປີ, ກິລາວັນບຸນປະເພນີ ແລະ ກິລາວັນບຸນສໍາຄັນຕ່າງໆຂອງຊາດ ແລະ ສາກົນ (ແຜນການ 40%) ປະຕິບັດໄດ້ 40% ບັນລຸ.
   7. ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ (ແຜນການ 99,5%) ປະຕິບັດ 99,5% ບັນລຸ.
 ຄາດໝາຍທີ່ບໍ່ບັນລຸ: (8 ຄາດໝາຍ).
   1. ອັດຕາເຂົ້າຮຽນໃໝ່ສຸດທິ ປ.1 ທຽບໃສ່ເດັກ 6 ປີ (ແຜນການ 100%) ປະຕິບັດ 99,8%.
   2. ອັດຕາປະລະການຮຽນຂອງນັກຮຽນ ປ.1 (ແຜນການບໍ່ໃຫ້ເກີນ 5%) ປະຕິບັດ 5,8%.
   3. ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມ (ແຜນການບໍ່ໃຫ້ເກີນ 3%) ປະຕິບັດ 3,1%.
   4. ອັດຕາຈົບຊັ້ນປະຖົມສຶກສາ (ແຜນການ 96%) ປະຕິບັດ 95,6%.
   5. ອັດຕາເຂົ້າຮຽນໃໝ່ລວມ ຂັ້ນ ມ.4 (ແຜນການ 75%) ປະຕິບັດ 69,4%.
   6. ອັດຕາປະລະການຮຽນຂອງນັກຮຽນ ຊັ້ນມັດທະຍົມຕອນຕົ້ນ (ແຜນບໍ່ໃຫ້ເກີນ 7%) ປະຕິບັດ 9,7%.
   7. ອັດຕາເຂົ້າຮຽນຂອງເດັກ 3-5 ປີ (ແຜນການ 65%) ປະຕິບັດ 64,1%.
   8. ອັດຕາຄ້າງຫ້ອງຊັ້ນປະຖົມ (ແຜນການບໍ່ໃຫ້ເກີນ 1%) ປະຕິບັດ 1,3%.
ຜົນສໍາເລັດການຈັດຕັ້ງປະຕິບັດວຽກງານ ຂອງແຕ່ລະຂະແໜງການການຍ່ອຍ
 ການສຶກສາກ່ອນໄວຮຽນ.
   1. ອັດຕາເຂົ້າຮຽນຂອງເດັກ 0 - 2 ປີ ປະຕິບັດໄດ້ 6,7% (ຄາດໝາຍໃຫ້ໄດ້ 8%).
   2. ອັດຕາເຂົ້າຮຽນຂອງເດັກເກນອາຍຸ 3 - 4 ປີ ປະຕິບັດໄດ້ 53,8% (ຄາດໝາຍໃຫ້ໄດ້ 54%).
   3. ອັດຕາເຂົ້າຮຽນຂອງເດັກເກນອາຍຸ 3 - 5 ປີ ປະຕິບັດໄດ້ 64,1% (ຄາດໝາຍໃຫ້ໄດ້ 65%).
   4. ອັດຕາເຂົ້າຮຽນຂອງເດັກເກນອາຍຸ 5 ປີ ປະຕິບັດໄດ້ 82,7% (ຄາດໝາຍໃຫ້ໄດ້ 82%).
   5. ຈໍານວນນັກຮຽນ ເພີ່ມຂື້ນຈາກ 15.010 ຄົນ ເປັນ 15.392 ຄົນ.
 ຊັ້ນປະຖົມສຶກສາ.
   - ອັດຕາເຂົ້າຮຽນລວມ ປະຕິບັດໄດ້ 100,6% (ຄາດໝາຍໃຫ້ໄດ້ 100%).
   - ອັດຕາເຂົ້າຮຽນໃໝ່ລວມ ປະຕິບັດໄດ້ 102,6% (ຄາດໝາຍໃຫ້ໄດ້ 100%).
   - ອັດຕາເຂົ້າຮຽນໃໝ່ສຸດທິ ປ.1 ປະຕິບັດໄດ້ 99,8% (ຄາດໝາຍໃຫ້ໄດ້ 100%).
   - ອັດຕາຫຼອດເຫຼືອຮອດ ປ.5 ປະຕິບັດໄດ້ 85,7% (ຄາດໝາຍໃຫ້ໄດ້ 88% )
   - ຈໍານວນນັກຮຽນ ເພີ່ມຂື້ນຈາກ 46.292 ຄົນ ເປັນ 46.317 ຄົນ.
 ຊັ້ນມັດທະຍົມສຶກສາ (ຕອນຕົ້ນ ແລະ ຕອນປາຍ).
   - ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 84,1% (ຄາດໝາຍໃຫ້ໄດ້ 86%).
   - ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນປາຍ ປະຕິບັດໄດ້ 52,5% (ຄາດໝາຍໃຫ້ໄດ້ 60%).
 ການສຶກສານອກໂຮງຮຽນ
ການຈັດຕັ້ງການຮຽນ - ການສອນໃຫ້ກຸ່ມເປົ້າໝາຍໃນຊັ້ນປະຖົມສຶກສາ, ຊັ້ນມັດທະຍົມສຶກສາ ໂດຍມີຈຸດໝາຍໃຫ້ຜູ້ຮຽນມີຄວາມຮູ້, ຄວາມສາມາດ ເພື່ອຍົກສູງຄຸນນະພາບຊີວິດ; ແລະຍັງສຶບຕໍ່ຈັດການຮຽນ-ການສອນບໍາລຸງໃຫ້ກັບນັກຮຽນທີ່ຍັງຕົກລົ່ນຈາກສາຍສາມັນ ໃນໄລຍະຜ່ານມາດັ່ງນີ້:
   - ຊັັ້ນປະຖົມບໍາລຸງມີຈໍານວນນັກຮຽນທັງໝົດ 323 ຄົນ, ຍິງ 141 ຄົນ;
   - ຊັັ້ນມັດທະຍົມຕອນຕົັ້ນບໍາລຸງມີຈໍານວນນັກຮຽນທັງໝົດ 520 ຄົນ, ຍິງ 212 ຄົນ;
   - ຊັັ້ນມັດທະຍົມຕອນປາຍບໍາລຸງມີຈໍານວນນັກຮຽນທັງໝົດ 14 ຄົນ, ຍິງ 2 ຄົນ;
   - ເຝິກອົບຮົມວິຊາຊີບ ທັງໝົດ 58 ຄົນ.
ສໍາລັບສົກຮຽນ 2024-2025
ຈຸດປະສົງ
   1) ເພື່ອສືບຕໍ່ສົ່ງເສີມການເຂົ້າເຖິງການສຶກສາຂັ້ນພື້ນຖານຢ່າງເທົ່າທຽມ ພ້ອມທັງຮັບປະກັນໃຫ້ຜົນການຮຽນຂອງນັກຮຽນໄດ້ຮັບການປັບປຸງດີຂຶ້ນ.
   2) ສືບຕໍ່ພັດທະນາຄົນໃຫ້ມີຄວາມຮູ້,ຄວາມສາມາດ, ມີຄູນສົມບັດ,ມີນໍ້າໃຈຮັກຊາດ, ມີລະບຽບວິໄນ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ.
   3) ສືບຕໍ່ຍົກສູງຄຸນນະພາບຂອງການສຶກສາຫຼັງຊັ້ນມັດທະຍົມໃຫ້ດີຂຶ້ນ ໂດຍເນັ້ນໃສ່ການສ້າງສີມືແຮງງານ ແລະນັກວິຊາການເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ.
   4) ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບບໍລິຫານ ແລະ ຄຸ້ມຄອງການສຶກສາ ໃນແຕ່ທ້ອງຖິ່ນ.
   5) ສືບຕໍ່ສົ່ງເສີມໃຫ້ປະຊາຊົນທຸກເພດທຸກໄວຫັນມາໃສ່ໃຈການອອກກຳລັງກາຍເພື່ອສຸຂະພາບ ແລະ ສົ່ງເສີມໃຫ້ຜູ້ທີ່ມີພອນສະຫວັນດ້ານກິລາ-ກາຍະກຳໃຫ້ກາຍເປັນນັກກິລາອາຊີບ.
ນອກນັ້ນຍັງມີຄາດໝາຍສູ້ຊົນຂອງຂະແໜງການຍ່ອຍ
ການສຶກສາກ່ອນໄວຮຽນ
ຄາດໝາຍ.
- ອັດຕາເຂົ້າຮຽນຂອງເດັກເກນອາຍຸ 0-2 ປີ; ໃຫ້ໄດ້ 8%;
- ອັດຕາເຂົ້າຮຽນຂອງເດັກເກນອາຍຸ 3 - 4 ປີໃຫ້ໄດ້ 55%;
- ອັດຕາເຂົ້າຮຽນຂອງເດັກເກນອາຍຸ 3 - 5 ປີ ໃຫ້ໄດ້ 65%;
- ອັດຕາເຂົ້າຮຽນຂອງເດັກເກນອາຍຸ 5 ປີ ໃຫ້ໄດ້ 84.5%;
• ສູ້ຊົນໃຫ້ຈໍານວນເມືອງທີ່ບັນລຸອັດຕາເຂົ້າຮຽນຂອງເດັກ 5 ປີ ສູງກວ່າ 60% ຫຼືໃຫ້ໄດ້ຫຼາຍກວ່າເກົ່າ ທັງ 11 ເມືອງ.
ການສຶກສາຊັ້ນປະຖົມ
ຄາດໝາຍ.
- ອັດຕາເຂົ້າຮຽນໃໝ່ສຸດທິ ປ.1 ໃຫ້ໄດ້ 99.8%.
- ອັດຕາເຂົ້າຮຽນ ສຸດທິຊັ້ນປະຖົມ ບໍ່ໃຫ້ຫຼຸດ 99.5%.
- ອັດຕາປະລະ ຂັ້ນ ປ.1 ໃຫ້ຍັງເຫຼືອ 5.5%.
- ອັດຕາຄ້າງຫ້ອງ ຂັ້ນ ປ.1 ໃຫ້ຍັງເຫຼືອ 1.5%
- ອັດຕາປະລະຊັ້ນປະຖົມ ໃຫ້ຍັງເຫຼືອ 2.5%
- ອັດຕາຄ້າງຫ້ອງ ຊັ້ນປະຖົມ ໃຫ້ຍັງເຫຼືອ 0.3%
- ອັດຕາຫຼອດເຫຼືອຮອດ ປ.5 ໃຫ້ໄດ້ 88%
• ອັດຕາເຂົ້າຮຽນໃໝ່ລວມ ປ.5 ບໍ່ໃຫ້ຫຼຸດ 99%.
• ດັດສະນີຄວາມສະເໝີພາບຍິງ-ຊາຍ (ໃຫ້ຢູ່ໃນລະຫວ່າງ 0.97 ຫາ 1.03 ).
ການສຶກສາຊັ້ນມັດທະຍົມຕອນຕົ້ນ
ຄາດໝາຍ.
- ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ ໃຫ້ໄດ້ 84.1%.
- ອັດຕາເຂົ້າຮຽນໃໝ່ລວມຂັ້ນ ມ.4 ໃຫ້ບັນລຸ 70%.
- ອັດຕາເຂົ້າຮຽນໃໝ່ລວມຂັ້ນ ມ.4 ຂອງນັກຮຽນຍິງ ສູງກວ່າ 70% ໃຫ້ໄດ້ 7 ເມືອງ.
- ອັດຕາປະລະຊັ້ນມັດທະຍົມຕົ້ນ ບໍ່ໃຫ້ເກີນ 9%.
- ອັດຕາເລື່ອນຂັ້ນ - ຈົບຊັ້ນ ໃຫ້ໄດ້ 90%.
- ອັດຕາຄ້າງຫ້ອງຊັ້ນມັດທະຍົມຕົ້ນ ບໍ່ໃຫ້ເກີນ 1.5%.
ດັດສະນີຄວາມສະເໝີພາບຍິງ-ຊາຍ ໃຫ້ຢູ່ໃນລະຫວ່າງ 0.97 ຫາ 1.03
ການສຶກສາຊັ້ນມັດທະຍົມຕອນປາຍ
ຄາດໝາຍ.
- ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນປາຍ ໃຫ້ໄດ້ 53%.
- ອັດຕາປະລະ ຊັ້ນມັດທະຍົມຕອນປາຍ ໃຫ້ຍັງເຫຼືອ 10.5%
- ອັດຕາຄ້າງຫ້ອງຊັ້ນມັດທະຍົມຕອນປາຍ ໃຫ້ຍັງເຫຼືອ 0.5%
- ອັດຕາເລື່ອນຂັ້ນ-ຈົບຊັ້ນໃຫ້ໄດ້ 89%.
- ດັດສະນີຄວາມສະເໝີພາບຍິງ-ຊາຍ ໃຫ້ຢູ່ໃນລະຫວ່າງ 0.97 ຫາ 1.03.
ການສຶກສານອກໂຮງຮຽນ.
ຄາດໝາຍ.
- ສືບຕໍ່ລືບລ້າງການກືກໜັງສື (15-40) ໃຫ້ບັນລຸ 171 ຄົນ;
- ສືບຕໍ່ບໍາລຸງຍົກລະດັບຊັ້ນປະຖົມ ໃຫ້ບັນລຸ 116 ຄົນ;
- ສືບຕໍ່ບໍາລຸງຍົກລະດັບຊັ້ນມັດທະຍົມສຶກສາຕອນຕົ້ນ ໃຫ້ບັນລຸ 530 ຄົນ ;
- ສືບຕໍ່ຝຶກອົບຮົມວິຊາຊິບຂັ້ນພື້ນຖານ ໃຫ້ບັນລຸ 15 ຄົນ.
ກິລາ-ກາຍຍະກໍາ ແລະ ສີລະປະສຶກສາ
ບູລິມະສິດ ແລະ ວຽກຈຸດສຸມສຸມ
- ຈັດຕັ້ງປະຕິບັດແຜນການ ປະກາດໂຮງຮຽນມັດທະຍົມສຶກສາ ເປັນໂຮງຮຽນປອດຢາເສບຕິດ ໃຫ້ໄດ້ຈໍານວນ 95 ແຫ່ງ ແລະ ໂຮງຮຽນປະຖົມປອດຢາເສບຕິດ ໃຫ້ໄດ້ຈໍານວນ 410 ແຫ່ງ;
- ຈັດຕັ້ງປະຕິບັດແຜນການ ຈັດການຮຽນ-ການສອນສຶກສາວິຊາພື້ນຖານປ້ອງກັນຕົວ, ວິຊາສຶກສາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໂຮງຮຽນມັດທະຍົມສຶກສາຕອນປາຍ ທົ່ວແຂວງວຽງຈັນ ໃຫ້ໄດ້ຈຳນວນ 47 ແຫ່ງ;
- ສົ່ງເສີມໃຫ້ມວນຊົນທຸກເພດທຸກໄວ ເຂົ້າຮ່ວມກິດຈະກໍາຫັດກາຍະບໍລິຫານ, ອອກກໍາລັງກາຍ ຫຼີ້ນກິລາເພື່ອສຸຂະສຸຂະພາບ ໃນວັນສໍາຄັນຕ່າງໆ ຂອງຊາດ-ຂອງສາກົນ ແລະ ວັນບຸນປະເພນີຂອງປະຊາຊົນບັນດາເຜົ່າ ໃຫ້ໄດ້ 50% ຂອງພົນລະເມືອງພາຍໃນແຂວງວຽງຈັນ;
- ຈັດກິດຈະກໍາ ການຍ່າງ ການເຕັ້ນອອກກໍາລັງກາຍເພື່ອສຸຂະພາບ ໃນງານສະເຫຼີມສະຫຼອງ ວັນກິລາ-ກາຍຍະກໍາແຫ່ງຊາດ ຄົບຮອບ 58 ປີ;
- ຈັດກິດຈະກໍາແຂ່ງຂັນກິລາລຸ່ນນັກຮຽນມັດທະຍົມສຶກສາ ຈໍານວນ 3 ປະເພດ ຊີງຂັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ແລະ ທັງເປັນການຄັດເລືອກເອົາຕົວນັກກິລາ ຜູ້ທີ່ມີພອນສະຫວັນ ດິເດັ່ນ ເປັນຕົວແທນໃຫ້ແຂວງວຽງຈັນ ເຂົ້າຮ່ວມງານມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ;
- ສ້າງນັກກິລາລຸ່ນສືບທອດ ເຂົ້າໂຮງຮຽນພອນສະຫວັນ ໃຫ້ໄດ້ 3 ຄົນຂື້ນໄປ;
ນອກນັ້ນ, ຜູ້ແທນກອງປະຊຸມຍັງໄດ້ມີການປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາໃສ່ຮ່າງບົດສະຫຼຸບ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃຫ້ສໍາເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.

457212624 920142236589043 8153715111158778412 n