ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນໃນເວລາ 13:30ໂມງ ຂອງວັນທີ 5 ສິງຫາ 2024 ທີ່ໂຮງແຮມເດີແກນລີເວີຊາຍ ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ທ່ານ ນ ວິທະຍາ ໜູນານ ຫົວໜ້າອົງການ Action Education ປະຈໍາ ສປປ ລາວ, ມີບັນດາທ່ານຕາງໜ້າຈາກກະຊວງ, ພະແນກການ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານໂຄງການ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ສຸລິຍາ ວົງຈັນທະລັງສີ ພະນັກງານອົງການ Action Education ໄດ້ຜ່ານຮ່າງບົດສະເໜີໂຄງການກ່ຽວກັບການທົດລອງ: ຍົກລະດັບການຮຽນຮູ້ໜັງສື ແລະ ການຮຽນຮ່ວມສຳລັບນັກຮຽນຊັ້ນປະຖົມສຶກສາ ດ້ວຍຍຸດທະສາດທາງການສຶກສາ ຢູ່ແຂວງວຽງຈັນ ໂຄງການດັ່ງກ່າວຈະໄດ້ຈັດຕັ້ງປະຕິບັດຢູ່ ເມືອງຫີນເຫີບ, ເມືອງຊະນະຄາມ ແລະ ເມືອງກາສີ ແຂວງວຽງຈັນ, ເຊິ່ງມີຈຸດປະສົງລວມເພື່ອທົດລອງການນຳໃຊ້ນະວັດຕະກຳໃໝ່ເຂົ້າໃນການຮຽນການສອນ ເພື່ອຍົກລະດັບການຮຽນຮູ້ໜັງສືຂອງເດັກນ້ອຍ ໃນຊັ້ນປະຖົມສຶກສາ ໃຫ້ທັນກັບຍຸກສະໃໝທີ່ມີການປ່ຽນແປງທາງດ້ານເຕັກໂນໂລຊີໃນປະຈຸບັນ ໂດຍນໍາໃຊ້ງົບປະມານຂອງໂຄງການAction Education ແລະ ChildFund Korea ຈໍານວນ 2.468.800.000 ກີບ, ໃນໄລຍະເວລາຈັດຕັ້ງປະຕິບັດໂຄງການ 10 ເດືອນ ເລີ່ມແຕ່ ເດືອນ ສິງຫາ 2024 ເຖິງ ວັນທີ 31 ພຶດສະພາ 2025 ເຊິ່ງມີ 3 ກິດຈະກໍາຫຼັກຄື:
1. ສະໜັບສະໜູນ ແລະ ປັບປຸງສິ່ງອໍານວຍຄວາມສະດວກໃຫ້ແກ່ການຮຽນການສອນໃນໂຮງຮຽນ, ພ້ອມກັນນັ້ນຍັງຈະຍົກລະດັບຄວາມອາດສາມາດດ້ານການຄຸ້ມຄອງບໍລິຫານໂຮງຮຽນຜ່ານລະບົບ Smart School.
2. ຝຶກອົບຮົມໃຫ້ກັບຄູສອນເພື່ອສ້າງຄວາມເຂັ້ມແຂງໃນການຮຽນການສອນ, ນອກນັ້ນຍັງມີກິດຈະກຳການຮຽນຮູ້ໂດຍຜ່ານການຫຼິ້ນຂອງເດັກ ແລະ ການບຳລຸງນັກຮຽນອ່ອນ.
3. ຈັດກຸ່ມແລກປ່ຽນຖອດຖອນບົດຮຽນກັບບັນດາພື້ນທີ່ເປົ້າໝາຍໂຄງການເພື່ອປັບປຸງສິ່ງທ້າຍທີ່ເກີດຂຶ້ນ ແລະ ຜົນການປະເມີນນັກຮຽນໃນໂຮງຮຽນເປົ້າໝາຍ.
ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ມີການປຶກສາຫາລື ແລກປ່ຽນບົດຮຽນຢ່າງກົງໄປກົງມາ ແລະ ພ້ອມກັນປະກອບຂໍ້ມູນໃສ່ບົດສະເໜີໂຄງການ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.