ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນແລງຂອງວັນທີ 12 ກໍລະກົດ 2024 ທີ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ອ໊ອດ ແສງພິມ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ມີ ທ່ານ ໂຊກມີໄຊ ສຸວັນນະປັນຍາ ຜູ້ອໍານວຍການບໍລິສັດໂຊກມີໄຊ ກໍ່ສ້າງ ພ້ອມດ້ວຍຫົວໜ້າຂະແໜງ, ຫົວໜ້າສູນ, ຫົວໜ້າຫໍສະໝຸດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ປອ ຄໍາ ຂັນທະວີວອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ໆ ວຽງຈັນ ສະບັບເລກທີ 895/ຈຂ.ວຈ, ລົງວັນທີ10 ມິຖຸນາ 2024 ວ່າດ້ວຍການຮັບຮອງເອົາບໍລິສັດໂຊກມີໄຊ ກໍ່ສ້າງ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຊະນະການປະມູນ ແລະ ເຊັນສັນຍາ ໂຄງການກໍ່ສ້າງປະຕູໂຂງ ແລະ ກໍາແພງຮົ້ວອ້ອມ ຂອງພະແນກສຶກສາທິການແລະ ກິລາແຂວງວຽງຈັນ ແລະ ຜ່ານຮ່າງສັນຍາຮັບເໝົາກໍ່ສ້າງໂຄງການກໍ່ສ້າງປະຕູໂຂງ ແລະ ກໍາແພງຮົ້ວອ້ອມ ຂອງພະແນກສຶກສາທິການແລະ ກິລາແຂວງວຽງຈັນ.
ຫຼັງຈາກນັ້ນ ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ເອີ້ນວ່າຝ່າຍ ກ ຕາງໜ້າໂດຍທ່ານ ອ໊ອດ ແສງພິມ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ແລະ ບໍລິສັດໂຊກມີໄຊ ກໍ່ສ້າງ ເຄຫາສະຖານ ຈໍາກັດຜູ້ດຽວ ເອີ້ນວ່າຝ່າຍ ຂ ຕາງໜ້າໂດຍທ່ານ ໂຊກມີໄຊ ສຸວັນນະປັນຍາ ກໍ່ໄດ້ຮ່ວມກັນເຊັນສັນຍາຮັບເໝົາກໍ່ສ້າງໂຄງການ ໃນມູນຄ່າ 1,813,340,000 ກີບ ໂດຍມີຫົວໜ້າຂະແໜງ, ຫົວໜ້າສູນ, ຫົວໜ້າຫໍສະໝຸດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເປັນສັກຂີພະຍານ.