vtp banner

ສະເຫຼີມສະຫຼອງ ຄົບຮອບ 30 ປີ ( ປີ1994-2024 ) ການຮ່ວມມືມິດຕະພາບ ແຂວງວຽງຈັນ ແລະ ສະມາຄົມໂກຈິ ຍີ່ປຸ່ນ

        ພິທີດັ່ງກ່າວໄດ້ຈັດຂື້ນໃນເວລາ 13:30 ໂມງ ຂອງວັນທີ 7 ສິງຫາ 2024 ທີ່ສະໂມສອນໂຮງຮຽນ ມສ ໂພນໂຮງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ແຂວງວຽງຈັນ, ທ່ານ ໂອໂນະ ມາເຊໂອະ ປະທານສະມາຄົມຍີ່ປຸ່ນລາວ-ໂກຈິ, ມີ ທ່ານ ໂອກາສະກິ ອາດີດຜູ້ອໍານວຍການໂຮງຮຽນມັດທະຍົມໂກຈິ, ທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ມີບັນດາທ່ານຕາງໜ້າພະແນກການທີ່ກ່ຽວຂ້ອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໂພນໂຮງ ແລະ ເມືອງວຽງຄໍາ, ຜູ້ອໍານວຍການໂຮງຮຽນ, ຄູອາຈານ ແລະ ນ້ອງນັກຮຽນ ຈາກ 5 ໂຮງຮຽນທີ່ໄດ້ຮັບການຊ່ວຍເຫຼືອ ເຂົ້າຮ່ວມຢ່າງພ້ອມພຽງ.
        ໃນພິທີທີ່ມີຄວາມໝາຍຄວາມສໍາຄັນ ທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ໄດ້ຂື້ນຜ່ານຜົນງານການຮ່ວມມືລະຫວ່າງ ແຂວງວຽງຈັນ ກັບ ສະມາຄົມໂກຈິ ຍີ່ປຸ່ນ ໃນຕະຫຼອດໄລຍະເວລາ 30 ຜ່ານມາ ສະມາຄົມໂກຈິໄດ້ໃຫ້ການຊ່ວຍເຫຼືອທຶນຮອນໃນການກໍ່ສ້າງພື້ນຖານໂຄງລ່າງ ໃນຂົງເຂດຂະແໜງການສຶກສາ ແລະ ກິລາ ຂອງແຂວງຄື:
        - ໃນປີ 1995 ໄດ້ໃຫ້ທຶນປຸກສ້າງອາາຄານຮຽນໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານວັງຄີ, ເມືອງຫີນເຫີບ ແລະ ໂຮງຮຽນປະຖົມສົມບູນບ້ານໂພນເງິນ, ເມືອງໂພນໂຮງ;
        - ປີ 1996 ປຸກສ້າງອາຄານໂຮງຮຽນປະຖົມບ້ານຂາມ, ເມືອງໂພນໂຮງ;
        - ປີ 1998 ໂຮງຮຽນປະຖົມສົມບູນບ້ານສ້າງໃຫຍ່, ເມືອງໂພນໂຮງ;
        - ປີ 2007 ໂຮງຮຽນປະຖົມສົມບູນບ້ານໂພນໝີໃຕ້, ເມືອງວຽງຄໍາ;
        - ປີ 2013 ໂຮງຮຽນອະນຸບານບ້ານຂາມ, ເມືອງໂພນໂຮງ;
        - ປີ 2017 ໂຮງຮຽນອະນຸບານບ້ານໂພນເງິນ, ເມືອງໂພນໂຮງ;
        - ປີ 2022 ປຸກສ້າງອາຄານຮຽນໃຫ້ແກ່ໂຮງຮຽນອະນຸບານບ້ານສ້າງໃຫຍ່. ເມືອງໂພນໂຮງ.
        ນອກຈາກການປຸກສ້າງອາຄານຮຽນແລ້ວສະມາຄົມໂກຈິ ປະເທດຍິປຸ່ນໄດ້ຍັງຊ່ວຍປຸກສ້າງຫ້ອງນ້ຳ, ສ້ອມແປງ-ບູລະນະອາຄານຮຽນ (ສ້ອມແປງຫຼັງຄາ, ທາສີ ແລະ ອື່ນໆ); ສະໜອງອຸປະກອນການຮຽນ-ການສອນ, ໂຕະຕັ່ງ, ຄອມພິວເຕີ, ພັດລົມ, ອຸປະກອນກິລາ ແລະ ເຄື່ອງຫຼີ້ນເດັກໃຫ້ແກ້ໂຮງຮຽນອະນຸບານ. ມາຮອດປະຈຸບັນສະມາຄົມໂກຈິ ປະເທດຍິປຸ່ນໄດ້ໃຫ້ປະກອບສ່ວນທຶນຮອນເຂົ້າໃນວຽກງານພັດທະນາການສຶກສາ ແລະ ກິລາ ຢູ່ພາຍໃນແຂວງວຽງຈັນ ລວມມູນຄ່າການຊ່ວຍເຫຼືອທັງໝົດແມ່ນ 2,480,000,000 ກີບ.
         ຫຼັງຈາກນັ້ນ, ເພື່ອເປັນການສະເຫຼີມສະຫຼອງຜົນງານ 30 ປີ ແຫ່ງການພົວພັນຮ່ວມມືທັງ 2 ຝ່າຍ ກໍ່ໄດ້ມີການຈັດການປະກວດສິລະປະວັນນະຄະດີ ຈາກນ້ອງນັກຮຽນໃນໂຮງຮຽນ 5 ແຫ່ງທີ່ໄດ້ຮັບການຊ່ວຍເຫຼືອ ເຊີ່ງໂຮງຮຽນທີ່ໄດ້ຮັບລາງວັນ ທີ1 ໄດ້ຮັບຄອມພິວເຕີໂນດບຸກ, ເຄື່ອງປຼີ້ນເຕີ ແລະ ອຸປະກອນຄົບຊຸດ, ລາງວັນທີ 2 ໄດ້ຮັບພັດລົມໃຫຍ່ 2 ໜ່ວຍ ແລະ ອຸປະກອນການຮຽນ, ລາງວັນທີ 3 ຈະໄດ້ພັດລົມໃຫຍ່ 1 ໜ່ວຍ ແລະ ອຸປະກອນການຮຽນ, ນອກຈາກນັ້ນ ຍັງໄດ້ມອບຄອມພິວເຕີໂນດບຸກຈໍານວນ 5 ໜ່ວຍ, ເຄື່ອງປຼີ້ນເຕີ 5 ໜ່ວຍ ແລະ ເຈ້ຍA4 5ແກັດ ໃຫ້ 5 ໂຮງຮຽນເປົ້້າໝາຍທີ່ໄດ້ຮັບການຊ່ວຍເຫຼືອ ໂຮງຮຽນລະ 1 ຊຸດ.

454380409 906298667973400 4124528641465470539 n