vtp banner

ທ່ານລັດຖະມົນຕີກະຊວງສຶກສາລົງເຄື່ອນໄຫວຕິດຕາມ, ຊຸກຍູ້

        ໃນວັນທີ 2 ກັນຍາ 2024 ທີ່ຜ່ານມາ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ຢູ່ໂຮງຮຽນປະຖົມສົມບູນໂພນມ່ວງ ເມືອງຫີນເຫີບ, ໂຮງຮຽນ ປະຖົມສົມບູນນາກາງ ເມືອງເຟືອງ ແລະ ໂຮງຮຽນ ມສ ເມືອງເຟືອງ ແຂວງວຽງຈັນ, ໂດຍການຕ້ອນຮັບຂອງທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຫີນເຫີບ ແລະ ເມືອງເຟືອງ, ຜູ້ອໍານວຍການໂຮງຮຽນ.
        ໃນໂອກາດທີ່ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ລົງມາຊຸກຍູ້ໃນຄັ້ງນີ້ ທ່ານໄດ້ນໍາເອົາ ເຄື່ອງຄອມພິວຕັ້ງໂຕະ ແລະ ອຸປະກອນກິລາຈໍານວນໜື່ງ ມອບໃຫ້ໂຮງຮຽນປະຖົມສົມບູນໂພນມ່ວງ ເມືອງຫີນເຫີບ, ໂຮງຮຽນ ປະຖົມສົມບູນນາກາງ ເມືອງເຟືອງ ແລະ ໂຮງຮຽນ ມສ ເມືອງເຟືອງ ໂຮງຮຽນລະ 1 ຊຸດ ເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ.

458112104 922522813017652 2753499280671696060 n