ພິທີດັ່ງກ່າວໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 2 ກັນຍາ 2024 ນີ້ ຢູ່ທີ່ ໂຮງຮຽນ ມ ສ ທ່າຊັນ ເມືອງແກ້ວອຸດົມ ໂດຍການເປັນປະທານຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ, ມີ ທ່ານ ຈັນສົມ ແກ້ວມະນີວົງ ຮອງຫົວໜ້າພະແນກສຶກສາທິການແລະກິລາ,ມີທ່ານເຈົ້າເມືອງໆແກ້ວອຸດົມພ້ອມດ້ວຍຄູອາຈານແລະນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຈັນສົມ ແກ້ວມະນີວົງ ກ່າວວ່າ:ໃນສົກຮຽນ2023-2024ທົ່ວແຂວງມີຜູ້ບໍລິຫານການສຶກສາ,ຄູສອນທັງພາກລັດ ແລະ ເອກະຊົນທັງໝົດ 5.884ຄົນ,ຍິງ 2.716 ຄົນ ມີໂຮງຮຽນທັງໝົດ 718 ແຫ່ງ, ໂຮງຮຽນລ້ຽງເດັກອານຸບານ 213 ແຫ່ງ, ປະຖົມ403 ແຫ່ງ, ມັດທະຍົມ 102 ແຫ່ງ, ມີນັກຮຽນທັງໝົດ 104.808ຄົນ, ຍິງ 51.611 ຄົນ ແລະນັກຮຽນສົງ 268 ອົງ.
ອັດຕາການເຂົ້າຮຽນຂອງເດັກ0-2ປີປະຕິບັດໄດ້ 6,7%, 3-4ປີປະຕິບັດໄດ້53,8%, 3-5ປີປະຕິບັດໄດ້64,1%, ເດັກໃນເກນອາຍຸ 5 ປີປະຕິບັດໄດ້ 82,7%; ຊັ້ນປະຖົມອັດຕາເຂົ້າຮຽນລວມປະຕິບັດໄດ້ 100,6%,ຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 84,1%, ມັດທະຍົມຕອນປາຍປະຕິບັດໄດ້ 52,5%, ສຳລັບສົກຮຽນ 2024-2025ນີ້ມີແຜນເຮັດໃຫ້ອັດຕາເຂົ້າຮຽນໃນເກນອາຍຸຕ່າງໆ,ອັດຕາເຂົ້າຮຽນໃນຊັ້ນປະຖົມ ແລະ ມັດທະຍົມເພີ່ມຂຶ້ນແລະປະຕິບັດຕາມໂຄງການຫຼັກສູນຢ່າງເຂັ້ມງວດ ເພື່ອເຮັດໃຫ້ຄຸນນະພາບຂອງການສຶກສາດິຂຶ້ນກວ່າເກົ່າ.
ໃນໂອກາດ ທີ່ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກເລຂາພັກແຂວງ,ເຈົ້າແຂວງວຽງຈັນ ກໍ່ໄດ້ຊີ້ນຳແລະເໜັ້ນໜັກໃຫ້ຜູ້ບໍລິຫານການສຶກສາຄູອາຈານເອົາໃຈໃສ່ຫຼາຍບັນຫາເປັນຕົ້ນແມ່ນ: ສຶກສາອົບຮົມການເມືອງແນວຄິດ ປູກຈິດສໍານຶກທີ່ດີໃຫ້ແກ່ຄູອາຈານແລະນັກຮຽນຢ່າງປົກກະຕິຕໍ່ເນື່ອງ, ເຮັດຫຼາຍຮູບແບບ, ສອດຄ່ອງກັບແຕ່ລະກຸ່ມເປົ້າໝາຍ, ເຮັດໃຫ້ຄູອາຈານ, ນັກຮຽນມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີ, ມີນໍ້າໃຈຮັກຊາດ, ຮັກການຮຽນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.
ຕັ້ງໜ້າຂຶ້ນຫ້ອງສິດສອນໃຫ້ດີ, ເຮັດທຸກຢ່າງຖ່າຍທອດຄວາມຮູ້ບົດຮຽນວິຊາການໃຫ້ພວກນ້ອງນັກຮຽນເຂົ້າໃຈ, ຈົດຈໍາໄດ້, ເຂົ້າໃຈງ່າຍ, ຈື່ດົນ ຢາກເຮັດໄດ້ແນວນັ້ນຕ້ອງແຕ່ງບົດສອນ, ຄົ້ນຄ້ວາເລິກເຊິ່ງ, ຊອກຫາຄໍາຕອບ, ຄໍາອະທິບາຍໃຫ້ຊັດເຈນ ປະຕິບັດຕາມ 5 ບາດກ້າວຂອງການສິດສອນ.
ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຫຼາຍດ້ານ: ທາງທິດສະດີການເມືອງແນວທາງຂອງພັກ, ກົດໝາຍຂອງລັດ, ມີຄວາມຮູ້ທາງວິທະຍາສາດ ວິທະຍາການຢ່າງເລິກເຊິ່ງ, ມີຄວາມສາມາດໃນການນໍາເອົາຄວາມຮູ້ດັ່ງກ່າວຖ່າຍທອດໃຫ້ນັກຮຽນ ແລະ ນໍາໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ.
ເອົາໃຈໃສ່ນໍາພານັກຮຽນເຄື່ອໄຫວນອກຫຼັກສູດໃນຫຼາຍຮູບແບບ ແລະ ຫຼາຍກິດຈະກໍາທາງດ້ານພາລະສຶກສາ, ສິນລະປະສຶກສາ, ແຮງງານສຶກສາ ໃຫ້ມີຜົນສຳເລັດດີຂຶ້ນກວ່າເກົ່າ.
#ຂ່າວໂດຍ:ໂທລະພາບແຂວງວຽງຈັນ-
#Television of #Vientiane Province