ພິທີດັ່ງກ່າວ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 5 ສິງຫາ 2024 ທີ່ໂຮງແຮມເດີແກນລີເວີຊາຍ ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ແຂວງວຽງຈັນ, ມີ ທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ທ່ານ ນ ວິທະຍາ ໜູນານ ຫົວໜ້າອົງການ Action Education ປະຈໍາ ສປປ ລາວ, ມີບັນດາທ່ານຕາງໜ້າຈາກກະຊວງ, ພະແນກການ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານໂຄງການ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານຕາງໜ້າກົມພົວພັນການຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານຂໍ້ຕົກລົງຂອງກະຊວງການຕ່າງປະເທດ ສະບັບເລກທີ 4461/ຕປທ.ຈສກ,ລົງວັນທີ 19 ກໍລະກົດ 2024 ວ່າດ້ວຍການຮັບເອົາການຊ່ວຍເຫຼືອຈາກອົງການ Action Education ປະຈໍາ ສປປ ລາວ ແລະ ຜ່ານໃບມອບສິດຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 938/ສສກ,ລົງວັນທີ23 ກໍລະກົດ 2024 ມອບສິດໃຫ້ພະແນກສຶກສາທິການ ແະກິລາແຂວງ ຕາງໜ້າກະຊວງສຶກສາທິການ ແລະ ກິລາ ເປັນຜູ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບອົງການ Action Education.
ຫຼັງຈາກນັ້ນ, ທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ແລະ ທ່ານ ນ.ວິທະຍາ ໜູນານ ຫົວໜ້າອົງການ Action Education ປະຈໍາ ສປປ ລາວ ກໍ່ໄດ້ລົງນາມລາຍເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ“ຍົກສູງຄຸນນະພາບດ້ານການຮຽນ-ການສອນ ສໍາລັບຊັ້ນປະຖົມສຶກສາ ໃນໂຮງຮຽນເປົ້າໝາຍຂອງແຂວງວຽງຈັນ”
ໂຄງການດັ່ງກ່າວຈະໄດ້ຈັດຕັ້ງປະຕິບັດຢູ່ເມືອງໝື່ນ, ເມືອງເຟືອງ, ເມືອງຫີນເຫີບ, ເມືອງວັງວຽງ ແລະ ເມືອງແມດ ແຂວງວຽງຈັນ, ເຊິ່ງມີຈຸດປະສົງປະກອບສ່ວນຕໍ່ແຜນພັດທະນາຊັບພະຍາກອນມະນຸດຂອງຂະແໜງການສຶກສາ ແລະ ກິລາ ຮັບປະກັນການເຂົ້າເຖິງການສຶກສາຢ່າງທົ່ວເຖິງ, ມີຄວາມເທົ່າທຽມກັນ, ມີໂອກາດໃນການຮຽນຮູ້ຕະຫຼອດຊີວິດສໍາລັບທຸກຄົນ ໂດຍນໍາໃຊ້ນະວັດຕະກໍາດິຈິຕອນ, ລະບົບຂໍ້ມູນຂ່າວສານການຄຸ້ມຄອງການຮຽນ-ການສອນ ໂດຍການມີສ່ວນຂອງຜູ້ປົກຄອງ, ຊຸມຊົນ ແລະ ສັງຄົມ ໂດຍນໍາໃຊ້ງົບປະມານຂອງໂຄງການ ຈໍານວນ 3,785,899,000 ກີບ, ໃນໄລຍະເວລາຈັດຕັ້ງປະຕິບັດໂຄງການ: ເລີ່ມແຕ່ມື້ອະນຸມັດ ຈົນເຖິງວັນທີ 31 ທັນວາ 2025 ເຊິ່ງມີ 2 ກິດຈະກໍາຫຼັກຄື:
1. ເສີມສ້າງແຜນພັດທະນາໂຮງຮຽນ, ສົ່ງເສີມຄວາມຮູ້ດ້ານໂພຊະນາການ, ຝຶກອົບຮົມຜູ້ບໍລິຫານ ແລະ ປະເມີນມາດຕະຖານຄຸນນະພາບຂອງໂຮງຮຽນ.
2. ຝຶກອົບຮົມຄູ-ຜູ້ປົກຄອງ, ສົ່ງເສີມການຮຽນຮູ້ໂດຍຜ່ານການຫຼີ້ນ, ພັດທະນາສື່ຊ່ວຍການຮຽນ-ການສອນ ແລະ ປະເມີນຜົນການຮຽນຂອງນັກຮຽນ.